ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳມະບານ​ຮາກ​ຖານ​ກຸ່ມ​ຜະລິດ​ຄົບ​ວົງ​ຈອນ​ເລກ 1 ກອງທັບ ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ

     ສະຫາຍ ພັນ​ໂທ ບຸນ​ໂຮມ ສຸວັນ​ທາ ປະທານ​ສະຫະພັນ​ກຳມະບານ​ຮາກ​ຖານ​ກຸ່ມ​ຜະລິດ​ຄົບ​ວົງ​ຈອນ​ເລກ 1 ກອງທັບ ໄດ້​ໃຫ້​ຮູ້​
ວ່າ: ກຳມະບານ​ຮາກ​ຖານ​ກຸ່ມ​ຜະລິດ​ຄົບ​ວົງ​ຈອນ​ເລກ 1 ກອງທັບ ແມ່ນ​ອົງ​ການຈັດຕັ້ງ​ມະຫາຊົນ​ໜຶ່ງ​ທີ່ຢູ່​ພາຍ​ໃຕ້​ການ​ຊີ້ນຳ​ນຳພາ​ໂດຍ​
ກົງ​ຮອບດ້ານ​ຈາກ ຄະນະ​ພັກ-ຄະນະ​ບັນຊາ ກຸ່ມ​ຜະລິດ​ຄົບ​ວົງ​ຈອນ​ເລກ 1 ກອງທັບ ແລະ ມີ​ສາຍ​ຕັ້ງ​ຂຶ້ນ​ກັບ​ຫ້ອງການ​ກຳມະບານ​ກອງ
ທັບ. ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ກຳມະບານ​ຮາກ​ຖານ ໃນ​ໄລຍະ​ຜ່ານ​ມາ​ໄດ້​ປະສານ​ສົບ​ທົບ ກັບ ຄະນະ​ພັກ-ຄະນະ​
ບັນຊາ ເປັນ​ເຈົ້າ​ການ​ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເຮັດ​ໃຫ້​ພະນັກງານ, ສະມາຊິກ​ກຳມະບານ, ກຳມະກອນ
ຢູ່​ໃນ​ກົມ​ກອງ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ປະເທດ​ຊາດ, ຕໍ່​ພັກ ແລະ ກອງ
ທັບ ໃນ​ນັ້ນ​ໄດ້​ຫັນ​ເອົາ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ, ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ກໍຄື​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ກຳມະ
ບານ​ທົ່ວ​ປະເທດ ​ຄັ້ງ​ທີ VIII ມາ​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ​ຢ່າງ​ເປັນ​ປົກກະຕິ. ເຮັດໃຫ້​ສະມາຊິກ​ກຳມະບານ, ກຳມະກອນ ເອົາໃຈໃສ່​ຍົກ
​ສູງ​ລະດັບ​ຄວາມ​ຮູ້​ທາງ​ດ້ານ​ການເມືອງ, ການ​ທະຫານ, ເຕັກນິກ​ວິຊາ​ສະເພາະ​ພະລາທິການ ເພື່ອ​ມາ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ
​ຈິງ​ຂອງ​ກົມ​ກອງ ສ້າງ​ເງື່ອນໄຂ ແລະ ຊຸກຍູ້​ໃຫ້​ສະມາຊິກ​ກຳມະບານ, ກຳມະກອນໄປ​ສຶກ​ສາ​ຮ່ຳຮຽນ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້ ແລະ ສີມື​
ແຮງ​ງານ​ຢູ່​ບັນດາ​ໂຮງຮຽນ​ພາກ​ລັດ, ເອກະ​ຊົນ ແລະ ສູນ​ເຝິກ​ອົບຮົມ​ວິຊາ​ຊີບ​ຕ່າງໆ​ດ້ວຍ​ທຶນ​ຈາກ​ຂັ້ນ​ເທິງ​ທີ່​ໄດ້​ແບ່ງ​ປັ່ນ​ໃຫ້ ແລະ ທຶນ
ຂອງ​ຕົນ​ເອງ, ໄດ້​ສົ່ງ​ພະນັກງານ​ທີ່​ຮັບຜິດຊອບ​ວຽກ​ງານ​ກຳມະບານ​ໄປເ​ຝິກ​ອົບຮົມ​ໄລຍະ​ສັ້ນ​ວຽກ​ງານ​ກຳມະບານ​ຢູ່ ​ສສ ຫວຽດນາມ
ຕາມ​ຕົວ​ເລກ​ທີ່​ທາງ​ຫ້ອງການ​ກຳມະບານ​ກອງທັບ ໄດ້​ແບ່ງປັນ​ໃຫ້ ພ້ອມ​ນັ້ນ​ຍັງ​ໄດ້​ຍົກ​ສູງ​ນ້ຳໃຈ​ເພີ່ງ​ຕົວ​ເອງ, ກຸ້ມ​ຕົວ​ເອງ ແລະ ສ້າງ
ຄວາມ​ເຂັ້ມແຂງ​ດ້ວຍ​ຕົວ​ເອງ, ອອກ ແຮງ​ງານ​ເພີ່ມ​ພູນ​ຜະລິດຜົນ​ຕາມ​ທິດ 4 ປູກ 4 ລ້ຽງ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ໄດ້​ວາງ​
ອອກ ເຊິ່ງ​ໃນ​ປີຜ່ານມາ​ກົມ​ກອງ​ໄດ້​ປູກ​ໄມ້​ໃຫ້​ໝາກ ແລະ ພືດ​ຜັກ​ສວນ​ຄົວ ສ້າງ​ລາຍ​ຮັບ​ໄດ້ 8.237.000 ກີບ, ປູກ​ໄມ້​ອຸດສາຫະກຳ​
ຢາງພາລາ 400 ຕົ້ນ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 8.309.000 ກີບ, ລ້ຽງ​ໄກ່​ພັນ​ໄຂ່​ ຈຳນວນ 15.000 ໂຕ ສາມາດ​ຜະລິດ​ໄຂ່​ໄດ້ 130.000
ໜ່ວຍ, ລ້ຽງ​ໝູ​ພັນ​ຊີ້ນ​ຟາມ​ປິດ 2.300 ໂຕ, ໝູ​ພັນ​ຊີ້ນ​ຟາມ​ເປີດ 300 ໂຕ, ໝູ​ພໍ່​ແມ່​ພັນ 500 ໂຕ ສາມາດ​ຜະລິດ​ລູກ​ໝູ​ນ້ອຍ​ໄດ້ 8.000
ໂຕ, ງົວ​ພັນ​ຊີ້ນ 15 ໂຕ ໃນ​ປີ 2022 ຜ່ານ​ມາ ສາມາດ​ສ້າງ​ລາຍ​ຮັບ​ລວມ​ໄດ້​ທັງ​ໝົດ 272.281.000 ກີບ. ສະມາຊີ​ກຳມະບານ, ກຳມະ
ກອນ ຄະນະ​ກຳມະບານ​ຮາກ​ຖານ ກໍໄດ້​ເອົາໃຈໃສ່​ເຊີດ​ຊູ​ພາລະ​ບົດບາດ​ຂອງ​ຕົນ​ໃນ​ການ​ເປັນ​ຕົວ​ແທນ​ປົກ​ປ້ອງ​ສິດ, ຜົນ​ປະໂຫຍດ​ອັນ​ຊອບ
​ທຳ​ຂອງ​ສະມາຊິກ​ກຳມະບານ, ກຳມະກອນ ແລະ ຜູ້​ອອກແຮງ​ງານ​ໃນ​ກົມ​ກອງ​ເປັນຕົ້ນ​ແມ່ນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ອອກ
ແຮງ​ງານ, ຮັບປະກັນ​ໄດ້​ສະພາບ​ແວດ​ລ້ອມ​ບ່ອນ​ເຮັດ​ວຽກ​ຂອງ​ກຳມະກອນ ໄດ້​ມີ​ການ ຈັດຕັ້ງ​ກວດ​ສຸຂະພາບ​ໃຫ້​ແກ່​ສະມາຊິກ​ກຳມະບານ,
ກຳມະກອນເປັນ​ປະຈຳ​ເພື່ອ​ຮັບ​ປະ​ກັບ​ບໍ່​ໃຫ້​ເກີດ​ພະຍາດ​ອາຊີບ, ໄດ້​ໄປ​ຢ້ຽມຢາມ​ສະມາຊິກ​ກຳມະບານ, ກຳມະກອນ ທີ່​ເຈັບ​ປວຍ​ນອນ​ປິ່ນ​
ປົ່ວ​ຢູ່​ໂຮງໝໍ ແລະ ໃຫ້ການ​ຊ່ວຍເຫຼືອ​ລວມ​ມູນ​ຄ່າ 2.500.000 ກີບ. ສະຫາຍ ພັນ​ໂທ ບຸນ​ໂຮມ ສຸວັນ​ທາ ຍັງ​ໃຫ້​ຮູ້​ຕີ່ມ​ອີ​ກວ່າ: ໄປ​ຄຽງ
​ຄູ່​ກັນ​ນັ້ນ​ຍັງ​ໄດ້​ຖື​ເອົາ​ຂະ​ບວນ​ການ​ແຂ່ງຂັນ 5 ເປັນ​ເຈົ້າ​ຂອງ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ​ວາງ​ອອກ ສອດ​ຫ້ອຍ​ເຂົ້າ​ໃນ​ທຸກ​ຂົງເຂດ​ວຽກ​
ງານ​ຂອງ​ກົມ​ກອງ, ປັດຈຸບັນ​ກຳມະບານ​ຮາກ​ຖານ​ກຸ່ມ​ຜະລິດ​ຄົບ​ວົງ​ຈອນ​ເລກ 1 ກອງທັບ ປະກອບ​ມີ 4 ໜ່ວຍ​ຂຶ້ນ​ກັບ, ມີ​ສະມາຊິກ​ກຳມະ
ບານ​ທັງ​ໝົດ 114 ສະຫາຍ, ຍິງ 56 ສະຫາຍ. ສະເພາະ​​ຫົວຂໍ້ ​ແຂ່ງຂັນ 5 ທີ່​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ​ວາງ​ອອກ​ໃນ​ໄລຍະ 1 ປີຜ່ານ
ມາ ກຸ່ມ​ຜະລິດ​ຄົບ​ວົງ​ຈອນ​ເລກ 1 ກອງທັບ ໄດ້​ຮັບ​ການຢັ້ງຢືນ​ຈາກ​ຫ້ອງການ ກຳມະບານ ກອງທັບ ເປັນ​ກຳ​ມະ​ບານ​ຮາກ​ຖານ​ທີ່​ເຂັ້ມແຂງ 5
ເປັນ​ເຈົ້າ​ປະຈຳ​ປີ 2023 ອີກ​ດ້ວຍ.

ແຫຼ່ງທີ່ມາ: ວອນ​ທອງ ພົມ​ລາ​ວົງ
ວັນທີ 06/11/2023